Lao Traditional Dance 2013 13 (ລາວດວງເດືອນ)

Sdílet
Vložit
  • čas přidán 9. 09. 2024
  • ປະຫັວດຂອງບົດຟ້ອນແລະບົດຮ້ອງລາວດວງດືອນແມ່ນທຳນອງເພງລາວເດີມ ໃນຍຸກລ້ານຊ້າງຮຸ່ງເຮືອງ (ຣັຊະການເຈົ້າໄຊຍ໌ເຊດຖາ - ທ້າຍຣັຊະການເຈົ້າສຸຣິຍະວົງສາ) ລ້ວນແຕ່ໃສ່ຊື່ ຢ່າງສະຫລຽວສະຫລາດ ໂດຍໃຊ້ຄຳວ່າ "ລາວ" ນຳໜ້າທັງມວນ ໄດ້ແກ່: ລາວດວງເດືອນ, ລາວຄຳຫອມ, ລາວແສງທຽນ, ລາວເຈົ້າຊູ້, ລາວຈະເຣີນສີ, ລາວແພນນ້ອຍ, ລາວແພນໃຫຍ່, ລາວກະແຊ, ລາວລ້ານຊ້າງ ແລະ ອື່ນໆ. ທັງໝົດນັ້ນ ລ້ວນແຕ່ມີທຳນອງແບບຊ້າໆ, ສຸຂຸມເຍືອກເຢັນ ແລະ ອ່ອນຫວານ. ທີ່ຟັງແລ້ວ ຄືລົມພັດໄຜ່ ຫຼື ດັ່ງນ້ຳໄຫລເລິກ. ໃນນັ້ນ, ມີບາງເພງກໍ່ໄດ້ປະພັນເນື້ອຮ້ອງກຳກັບ ແລະ ບາງເພງກໍ່ມີພຽງທຳນອງດົນຕຣີເທົ່ານັ້ນ.
    ຈົນເຖິງຄາວທີ່ບ້ານເມືອງຕົກເປັນປະເທສະຣາຊຂອ¬ງສັກດິນາໃກ້ຄຽງ ຫລັງການເຂົ້າຈູດເຜົນນະຄອນວຽງຈັນຣາຊະທານີສີ¬ລ້ານຊ້າງ, ຄວາມອຸດົມສົມບູນຂອງສິລະປະລາວ, ເວົ້າສະເພາະກໍ່ຄືທຳນອງເພງລາວເດີມ ໄດ້ໄຫລບ່າເຂົ້າສູ່ປະເທສຜູ້ຮຸກຮານບຽດຍຶດ. ຫລາຍເອກະສານ-ໃບລານ ໄດ້ຖືກຂົນໄປຫລາຍເຫລັ້ມກວຽນ ແລະ ຖືກຈູດເຜົາ, ຜູ້ຄົນກໍ່ຖືກກວາດຕ້ອນ, ວັດຖຸມີຄ່າກໍ່ຖືກກອບໂກຍ, ສິງທີ່ເຂົາເອົາໄປໄດ້ ກໍ່ເອົາຈົນໝົດ, ສິ່ງທີ່ເອົາໄປບໍ່ໄດ້ ເຂົາກໍ່ສຸມໄຟຈູດ...
    ຈົນໃນໄລຍະບໍ່ດົນມານີ້, ໄດ້ປາກົດມີການຂັບຮ້ອງເພງລາວເດີມ ໃນປະເທດພວກເຂົາ, ໂດຍໄດ້ສ້າງຫລັກຖານຂຶ້ນມາໃໝ່ ວ່າມີຜູ້ປະພັນເນື້ອຮ້ອງຂຶ້ນ ໂດຍຢືມສຳນຽງເພງລາວເດີມໄປຂັບຮ້ອງ (ສຳນຽງເພງກໍ່ໝາຍເຖິງທຳນອງເພງ) ແລ້ວອ້າງວ່າເພງລາວເດີມ ເປັນເພງທີ່ພວກເຂົາແຕ່ງຂຶ້ນ...
    ຄົນລາວເຮົາຈົ່ງເຂົ້າໃຈນຳກັນວ່າ ເພງລາວເດີມ, ບັນພະບຸຣຸດເຮົາ ໄດ້ໃສ່ຊື່ "ລາວ" ນຳໜ້າໄວ້ໝົດແລ້ວ ເພາະຄວາມຮັກຊາດ ເພິ່ນຈຶ່ງເອົາຊື່ຂອງຊາດໄປຕັ້ງເປັນຊື່ເພງ, ເປັນໄປບໍ່ໄດ້ດອກທີ່ເຂົາຈະອ້າງວ່າເປັນເພງເຂ¬ົາ ເພາະມັນຟັງບໍ່ຂຶ້ນທີ່ຊາດພັນໜຶ່ງ ຈະເອົາຊື່ຂອງຊາດອື່ນໄປຍົກຍໍໃສ່ຊື່ເພງໃນວັງ¬ຫລວງໄດ້ ແບບບໍ່ຮູ້ສຶກຫຍັງ.
    ນຳສະແດງໂດຍຄະນະສິນລະປະວັນນະຄະດີເຮືອນວັດທະ­ນທຳພວງຈຳປາ ເນຶ່່່ອງໃນໂອກາດໄປສະແດງທີ່ປະເທດຝຮັ່ງ.

Komentáře • 17

  • @soulove9433
    @soulove9433 Před 3 lety +9

    อู้มาแต้ๆ คนไทยตี่อยู่ภาคเหนือสมัยก่อนเป็นคนลาวทั้งหมด....อย่าดราม่าเน้อ เอาความจริงมาอู้เล่น...

  • @xok6105
    @xok6105 Před 2 lety +1

    Best performance

  • @nunsouvananh6118
    @nunsouvananh6118 Před 4 lety +2

    ບົດເພັງຫຼາຍໆເພັງມີຄຳວ່າລາວນຳໜ້າແມ່ນເປັນຄວາມສະຫຼຽວສະຫຼາດຂອງນັກປະພັນລາວທີ່ຢາກໃຫ້ລູກຫຼານສະໄໜໃໝ່ຮູ້ວ່າເປັນຜົນງານຂອງຄົນລາວ

    • @srisattanakhanahut
      @srisattanakhanahut Před 3 lety +1

      ບົດເພງທີ່ມີລາວຂຶ້ນໜ້າ ມາກກວ່າ70%ເປັນເພງຂອງສະຫຍາມເດີ້ ໂດຍສະເພາະລາວດວງເດືອນ ໃນອະດີດຊື່ລາວດຳເນີນກວຽນ ແຕ່ງຂຶ້ນຈາກເຊື້ອເຈົ້າຄົນສະຫຍາມທີ່ອົກຫັກ ຮັກສາວຊຽງໃໝ່ ຊຶ່ງຄົນສະຫຍາມມັກເອີ້ນລ້ານນາວ່າລາວ

  • @toulavanhthoummmaly7659

    ມ່ວນຫລາຍ ຟັງແລ້ວຟັງອີກ

  • @pumpoui
    @pumpoui Před 3 lety

    ຟ້ອນໄດ້ງາມ ອ່ອນຊ້ອຍຫຼາຍ

  • @somthavonechanthavong9234

    ຂ້ອຍ​ກະ​ສົງ​ໃສ​​ຢູ່​ວ່າ​ເປັນ​ຫຍັງ​ຈຶ່ງ​ມີ​ຄຳ​ວ່າ​ລາວ​ນຳ​ໜ້າທຸກ​ເພັງ. ຄຳ​ວ່າ​ລາວ​ໃນ​ສະ​ໃໝ​ນັ້ນໝາຍ​​ເຖິງ​ຫຍັງ

    • @srisattanakhanahut
      @srisattanakhanahut Před 3 lety

      ໝາຍເຖີງທຳນອງລາວ ຫຼື ຜູ້ແຕ່ງມີຄວາມກ່ຽວພັນຫຼືຫລົງຮັກສາວລາວ ລ້ານນາ-ລ້ານຊ້າງໃນສະໄໝກ່ອນກໍຖືກເອີ້ນວ່າລາວ

  • @meodpt1780
    @meodpt1780 Před 2 měsíci

    ชนชาติลาวก็เคลมเก่งเหมือนกัน เพลงลาวดวงเดือนมีตั้งแต่สมัยรัชกาลที่5 เนื้อเพลงก็ใช้ภาษาไทยเป็นหลัก แค่แปลงเป็นภาษาลาวเล็กน้อย

    • @ababababa9842
      @ababababa9842 Před měsícem

      one thing you are not good at is finding a job

  • @pongthornhiengkaew9526
    @pongthornhiengkaew9526 Před 11 měsíci

    งดงาม อ่อนช้อยมากครับ

  • @meckm8882
    @meckm8882 Před rokem

    ສູ່ມື້ນີ້ ລູກຫລານເຂົາເວົ້າແບບບໍ່ອາຍ, ຍົກຍໍປໍປັ້ນແຕ່ວ່າເປັນຂອງເຂົາ ແຕ່ຄົນລາວເຮົາໄດ້ແຕ່ເກັບຄວາມຄັບແຄ້ນໃນໃຈທໍ່ນັ້ນ, ເຂົາເວົ້າໄດ້ກະເວົ້າໄປ ຄວາມຈິງແນວໃດກະແນວນັ້ນຮູ້ຢູ່ແກ່ໃຈ #ຄິດຮອດອານາຈັກລ້ານຊ້າງ

  • @anewamericanlife3293
    @anewamericanlife3293 Před 4 lety

    ເພງນີ້ຄັນຈື່ໄດ້ປະພັນໂດຍກະສັດໄທ, ບຸດຕາຂອງຣາຊະການທີ ໕. ເພື່ນເປັນນັກດົນຕຣີ ຈົບຈາກປະເທດອັງກິດ. ແຕ່ງຂຶ້ນມາເພາະອົກຫັກ ມັກສາວຊຽງໃໝ່. ຕອນສະໃໝນັ້ນຄົນສະຍາມຮ້ອງຄົນລ້ານນາວ່າເປັນຄົນລາວ, ເລີຍແຕ່ງອອກມາເພື່ອສາວລາວຊຽງໃໝ່ນັ້ນເອງ.

    • @srisattanakhanahut
      @srisattanakhanahut Před 3 lety

      ຖືກຕ້ອງ

    • @soulove9433
      @soulove9433 Před 3 lety +1

      เพลงไหน ที่ประพันธ์ขึ้นมาคำว่า ลาว อยู่ข้างหน้ามันคือบทเพลงของลาวเค้าครับ....อย่าคิดว่าจะเอาไปเป็นของไทยเลย.

    • @jamesxaysettha2468
      @jamesxaysettha2468 Před 2 lety +2

      ເພງນີ້ແມ່ນບັນພະບຸຣຸດຂອງລາວເຮົາແຕ່ງ (ບໍ່ຂໍເອີ່ຍນາມ) ທີ່ເຈົ້າເວົ້າມາແມ່ນໄທເປັນຄົນຂຽນຂຶ້ນເອງ ຄໍາຮ້ອງ ຫຼື ທຳນອງໃນເພງກໍລ້ວນແຕ່ເປັນພາສາລາວ ໄທບໍ່ມີບົດຮ້ອງບົດຟ້ອນແບບລາວ ເພາະບໍ່ແມ່ນຊາດຟ້ອນມາແຕ່ໃດແລ້ວ ຢາກໃຫ້ພິຈາລະນາເຖິງຄວາມເປັນຈິງ ໂດຍບໍ່ອ້າງອີງຄຳເວົ້າຂອງຝ່າຍດຽວ

    • @AllenBoumrattana-su5lb
      @AllenBoumrattana-su5lb Před rokem

      @A New America life..ทำไมถึงแต่งแค่เพลงเดียว..ทำไมไม่แต่งหลายๆเพลง..ตามปกติแล้วเพลงลาวเดิมมันถูกประพันํธ์ขึ้นในสมัยลา้นช้างศตวรรษมี่17ไม่ใช่สมัยร.5ของคัณ.