Lao Traditional Dance 2013 9 (ຟ້ອນລາວແພນຍິງລ້ວນ12ຄົນ)

Sdílet
Vložit
  • čas přidán 9. 09. 2024
  • ຟ້ອນລາວແພນແມ່ນບົດຟ້ອນທີ່ສະແດງເຖິງເອກະລັກ¬ຄວາມງາມຄວາມອ່ອນຊ້ອຍອ່ອນນ້ອມອ່ອນຫວານແລະຄຽ¬ມຄົມຂອງສາວລາວ ຖືວ່າເປັນບົດຟ້ອນໜຶ່ງທີ່ເປັນຕົວແທນໃຫ້ແກ່ແ¬ມ່ຍິງລາວ ເຊັ່ນດຽວ ກັບຟ້ອນດວງຈຳປາ ຟ້ອນສາວລາວລ້ານຊ້າງແລະ ຟ້ອນອື່ນໆ ຟ້ອນລາວແພນຈະມີຈັງຫວະນຸ້ມນວນຊ້າແລະອ່ອນຫວາ¬ນຕາມແບບສະບັບຂອງຟ້ອນພື້ນເມືອງລາວໃນສະໄໝອາດ¬ີດ
    ເນື້ອຮ້ອງກ່າວເຖິງ ສາວລາວໄດ້ນຳດອກໄມ້ມາທັດຫູແຕ່ງຕົວສວຍງາມເພື¬່ອຟ້ອນລຳຮັບໃຊ້ຜູ້ຊົມ
    ເປັນບົດຟ້ອນພື້ນເມືອງລາວເດີມທີ່ມີມາແຕ່ສະໄ¬ໝອາດີດແລະເປັນທີ່ນິຍົມຫຼາຍໃນສະໄໝກ່ອນ
    ຟ້ອນລາວແພນໃນອາດີດແມ່ນເພິ່ນນິຍົມນຳເອົາມາສ¬ະແດງໃນງານສຳຄັນຕ່າງໆ ເປັນຕົ້ນແມ່ນ ຟ້ອນຕ້ອນຮັບແຂກບ້ານແຂກເມືອງ ການຟ້ອນຫຼື້ນຕາມງານບ້ານ ງານບຸນປະເພນີຕ່າງໆ ລວມທັງຟ້ອນຮັບໃຊ້ໃນລາດສະສຳນັກລ້ານຊ້າງໃນເມ¬ື່ອກ່ອນ
    ຟ້ອນລາວແພນຈະມີທັງແບບທີ່ເອີ້ນວ່າ ຟ້ອນລາວແພນນ້ອຍ ແລະ ຟ້ອນລາວແພນໃຫຍ່ ກໍຄືຟ້ອນປະກອບທຳນອງເພງພື້ນເມືອງລາວເດີມ ເພງລາວແພນນ້ອຍ ແລະ ເພງລາວແພນໃຫຍ່
    ຟ້ອນລາວແພນນ້ອຍ ສາມາດຟ້ອນໄດ້ທັງແບບຟ້ອນດ່ຽວແລະແບບຟ້ອນໝູ່ ເຊິ່ງໃຊ້ນັກຟ້ອນຍິງລ້ວນ
    ສ່ວນຟ້ອນລາວແພນໃຫຍ່ແມ່ນຈະມີເນື້ອຮ້ອງແລະທຳ¬ນອງແຕກຕ່າງກັນເລັກນ້ອຍ
    ຟ້ອນລາວແພນໃຫຍ່ສາມາດຟ້ອນໄດ້ທັງຍິງທັງຊາຍ.
    ນຳສະແດງໂດຍຄະນະສິນລະປະວັນນະຄະດີເຮືອນວັດທະນທຳພວງຈຳປາເນຶ່່່ອງໃນໂອກາດໄປສະແດງທີ່ປະເທດຝຮັ່ງ.

Komentáře • 1