ລໍຮັກແທ້

Sdílet
Vložit
  • čas přidán 4. 12. 2019
  • ຣ້ອງໂດຍ:ອາຈາຣຍ໌ ປ. ຕຣີຈັນຣ໌
    ເນື້ອຣ້ອງ &ທຳນອງ:ອາຈາຣຍ໌ ປ. ຕຣີຈັນຣ໌
    ຈັດສເນີໂດຍລາວເຊໂດນ
    --------------------------
    ດົນຕຣີບັນເລງເພງ ຮັກແທ້ຢູ່ໃສ
    ໂດຍ:ພົງ ດາວົງສ໌
    ເນື້ອຣ້ອງ &ທຳນອງ:ອາຈາຣຍ໌ ປ. ຕຣີຈັນຣ໌(1964)
    ນັກຮ້ອງຕົ້ນສະບັບ : ຈັນສມອນ ສິນບັນດິດ
    ---------------------------
    1.ຈະດົນຈະນານ ຈະລໍຈະລໍ
    ຈົນກວ່າອ້າຍຈະພຽງພໍ ແລ້ວມາສູ່ຂໍຕາມປະເພນີ
    ອ້າຍຍັງຈຳຫມັ້ນ ເຮົາເຄີຍສຳພັນໄມຕຣີ
    ຮັກກັນບໍ່ທັນນານປີ ນ້ອງກໍດ່ວນຫນີໄປແລ້ວລືມໄດ້
    2.ແຕ່ຢ່າໄດ້ລວງ ຢ່າລວງຢ່າລວງ
    ຫົວໃຈອ້າຍຍັງເຝົ້າຫວງ ອ້າຍຢ້ານນ້ອງລວງໃຫ້ຫລົງຕາຍໃຈ
    ຢ່າລວງຢ່າຫລອກ ຢ່າບອກໃຫ້ຊ້ຳຊວງໃນ
    ລົມຫນາວພັດມາຄັ້ງໃດ ອ້າຍກໍຫວັ່ນໄຫວຫົວໃຈແຫລກລານ
    0.ລົມຫນາວຜ່ານມາ ຈິຕໃຈຜວາລໍຮັກແທ້ຈາກກັນ
    ຫົວໃຈອ້າຍເສົ້າ ງຽບເຫງົາມານານແສນນານ
    ລົມເອີຍເມື່ອໄດ້ພົບພານ ຈົງດົນບັນດານໃຫ້ສົມດວງໃຈ
    3.ຈະດົນຈະນານ ຈະທົນຈະທົນ
    ຈົນກວ່າຟ້າຈະບັນດົນ ອ້າຍຈະອົດທົນຈົນຊີບມະລາຍ
    ເຖີງຟ້າຖລົມ ຜືນດິນສິ້ນສູນລົງໄປ
    ຫົວໃຈອ້າຍບໍ່ແປຜັນ ຍັງຮັກນ້ອງຫມັ້ນຮັກກັນຈົນຕາຍ...
  • Hudba

Komentáře • 4

  • @houmvong
    @houmvong Před 3 lety

    ເຫັນ​ວ່າ​ເນື້ອ​ເພງ​ຂັດ​ກັນ, ເຊັ່ນ​ຂໍ້​ໜຶ່ງ​ຜູ້​ຍິງ​ປ່ຽນ​ໃຈ​ແລ້ວ, ຈາກນັ້ນ​ຂໍ້​ຕໍ່​ໄປ​ຈົນ​ຈົບ ​ຄືບໍ່​ມີ​ຫຍັງ​ເກີດ​ຂຶ້ນ.

  • @souaysisomsuck2558
    @souaysisomsuck2558 Před 3 lety

    ໜ້າເໜັນໃຈຊີວິດຮັກຂອງຜູ້ຍີງເຮົາ ຟັງແລ້ວກໍສົງສານ

  • @user-eb6th9wk5v
    @user-eb6th9wk5v Před 3 lety +1

    ແດ່ປະລຳຄຣູເພງລາວ..

  • @touythiravong2407
    @touythiravong2407 Před 3 lety

    Ghost