ຫ່າງກາຍໃຈເຫົງາ

Sdílet
Vložit
  • čas přidán 26. 03. 2024
  • ຫ່າງກາຍໃຈເຫົງາ
    ຣ້ອງໂດຍ : ຕ໋ອມ ເຣມໂບວ໌
    ເນື້ອຣ້ອງ&ທຳນອງ : ອາຈາຣຍ໌ ສ. ແສງສິຣິວັນ
    ນັກຣ້ອງຕົ້ນສະບັບ : ຕ໋ອມ ເຣມໂບວ໌
    ----------------------------
    ດົນຕຣີບັນເລງເພງ ຍາມນ້ອງຢູ່ດຽວ
    ໂດຍ : ພົງ ດາວົງສ໌
    ເນື້ອຣ້ອງ&ທຳນອງ : ອາຈາຣຍ໌ ສ. ແສງສິຣິວັນ (1970)
    ນັກຣ້ອງຕົ້ນສະບັບ : ຈັນທະຣາ
    ---------------------------------
    1.ຫົວໃຈນຶ່ງ ເຝົ້າຄິດເຖິງຄົນທີ່ຢູ່ໄກ
    ເຫົງາພຽງໃດ ກໍຢູ່ໃນໃຈເຮົາຮູ້ດີ
    ດັ່ງທ້ອງຟ້າຄຶ້ມຝົນ ມືດມົນທຸກທີ່
    ດັ່ງນຶ່ງຣາຕຣີ ໄຮ້ເເສງເດືອນດາວ
    2.ຍາມເມື່ອຢູ່ຄົນດຽວ ສຸດເປົ່າປ່ຽວອ້າງວ້າງ
    ເພງນີ້ຈຶ່ງຄວນຄາງ ອອກຈາກຫົວໃຈຄົນເສົ້າ
    ຝາກສາຍລົມ ສົ່ງໄປໃຫ້ເຂົາ
    ບອກວ່າເຮົາ ເປັນຫ່ວງເຂົາທຸກວັນ
    .ໂອ ນ້ອງກໍຄົງຈະເຫົງາ
    ເພາະສອງເຮົາ ບໍ່ເຄີຍຫ່າງກັນດົນນານ
    ຍາມທຸກກໍຢູ່ ຍາມສຸຂກໍຢູ່ຄຽງຂວັນ
    ພໍມາພາກຈາກກັນ ຈຶ່ງມີອັນໝົ່ນໝອງຣຶໄທ
    3.ສອງດວງໃຈ ຢ່າໃຫ້ໃຜມາເເຍກຈາກກັນ
    ເຖິງໄກກັນ ກໍຫ່າງກັນເເຕ່ພຽງເນື້ອກາຍ
    ຈົງຖນອມທອມຮັກ ພັກດີໝັ້ນໄວ້
    ບໍ່ດົນເກີນໄປ ເຮົາຄົງໄດ້ຢູ່ສຸຂຮ່ວມກັນ...
  • Hudba

Komentáře • 1