PAKSEKID - ໂຄດດຸ Ft. YNTWENTYTWO X SOUKSAMLARN X L1K X TNDOLLAR

Sdílet
Vložit
  • čas přidán 5. 09. 2024
  • Song Title : ໂຄດດຸ
    Mix & Mastered by : Sickboiiz
    Produced by : Pieper Beats
    Cover by : LOGO MANIA 01
    Follow PAKSEKID STUDIO:
    Instagram : paksekid_studio
    Facebook : Paksekid Studio
    (YNTWENTYTWO)
    ແສງຕາເວັນ ມັນຍັງສ່ອງ ມາໃສ່ຕາ ໃນທຸກເຊົ້າ ໃຫ້ເຈົ້າຕື່ນ ໄປປະເຊີນ ກັບຫນ້າທີ່ທີ່ເຈົ້າຕ້ອງເຮັດ
    ເຖິງຈະຍັງບໍ່ຊື່ນແຕ່ຊີວິດຕ້ອງບຸກບືນ ເພື່ອມື້ອື່ນ ເພື່ອຄອບຄົວຄົນອ້ອມຂ້າງມີຮອຍຍີ້ມມທີ່ເບິກບານ
    ອຸປະສັກທີເຕີບຫນາກັບບົດຮຽນຊີວິດອີກຫນາເຕີບ
    ຍ່າງຕາມຝັນຈົນເກີບຂາດມັນກາຕ້ອງມີບາດແຜ
    ໃຊ້ຊີວິດແບບສະຫຼາດລະວັງຄົນອື່ນມາຖາກແຜ
    ຄົນເຮົາຮູ້ຫນ້າບໍ່ຮູ້ໃຈຈ້ອງແທງແຕ່ຕອນປະໝາດແຫຼ້
    ບາງເທື່ອ ຊີວິດ ອາດເຮັດ ໃຫ້ຈິດໃຈເຈົ້ານັ້ນອ່ອນ
    ລິຂິດ ຊີວິດ ຍາໄປສົນເຄົາລົບໂຕເອງເປັນພໍ
    ນິມິດ ໃນສະຫມອງເອົາມາເປັນບົດຮຽນແລະເລົ່າໃຫ້ຄ່ອງ
    ແລະຖອດຖອນບົດຮຽນຈາກປະສົບການທີເຮົາໄດ້ຜ່ານ
    ເພາະມັນຍັງມີແສງສ່ອງໃນທາງທີ່ເຈົ້ານັ້ນຍ່າງ
    ປັດເປົ່າສິ່ງຊົ່ວຮ້າຍຄວາມມືດມົວອອກໄປໃຫ້ຫ່າງ
    ຢ່າໄປສົນວ່າເສັ້ນທາງຊີວິດຈະເຈິເລື້ອງຫຍັງກະຕາມ
    ເຈົ້າຈົ່ງຕັ້ງຈິດໃຫ້ຫມັ້ນຄົງໃນຄວາມມືດຍັງມີແສງສະຫວ່າງ
    (SOUKSAMLARN)
    ກູຢູ່ລ້າໆບໍ່ໄດ້ໂຕກູເລີຍຕ້ອງດຸ
    ສຽງໂມງປຸກໃນຫົວກູວ່າມັນກ້ອງສຸດ
    ເວລາກຳລັງຈະຫມົດຄວາມຕາຍມັນຈ້ອງບຸກ
    ຊີວິດສັ້ນເກີນຈະເສົ້າພວກກູເລີຍຕ້ອງສຸກ
    ບໍ່ມັກເຮັດວ້ຽກຄົນດຽວພວກກູເລີຍຕັ້ງgroup
    Paksekidພວກກູເດີນຫນ້າບໍ່ພ້ອມຢຸດ
    ຕໍ່ໃຫ້ຈະເຈິຫລາຍສິ່ງຫລາຍຢ່າງທີ່ໂຄດຫນຸກ
    ກູເຕັມໃຈເຮັດໃນສິ່ງທີ່ຮັກກູພ້ອມຫລຸບ
    ສະຕາເຮົາຍັງບໍ່ກຸດບໍ່ຕົກຄືfall kite
    ກູພ້ອມຈະເຮັດທຸກຢ່ງill do it all type
    ສູ້ກັບຊີວິດທຸກມື້that's what I called fight
    ຖາມວ່າເຮັດເພງເພື່ອຫຍັງ I do it for life
    ມັນຄືຊິດີຂັ້ນມີພະລັງຄືall might one for all
    ໂລກນີ້ມັນຢາກdark ໂລກ need some more light
    ກູມາຈາກປາກເຊ ພາກລາວຕ້ອນໃຕ້
    ມັນເປັນສາເຫດທີ່ເຮັດໃຫ້ກູມີ raw life
    (L1K)
    Ayo ກ່ອນໂບກລົດ ແລະ ເພື່ອຈະຂຶ້ນໃນສາຍທາງ
    ເພື່ອໄປຕໍ່ສູ້ກັບວັນໃໝ່ ໃໝ່ ເຖີງຢູ່ໃນກົມໃນສາຍໃນງານ
    ເພາະຈຸນລະພາບ ທີ່ບັນຈຸເຂົ້າເປັນທຸນຂະໜາດ
    ກັບມີປາຍບົດທີ່ລຽງລຸງກາຍ ເປັນພຸນປະສາດ ເພື່ອ ກອກ
    resume ເພື່ອຊິງທຶນ ເໜືອ ອາກາດ ແລະປັບປຽ່ນຈາກເຫດຜົນ
    ເພື່ອ ຂອບໃຈ ໃນທຸກເລື່ອງລະອຽດ ແລະກ່ອນຈະຂຽນມາສຽດສົມ
    ມີພາກລະອຽດອ່ອຍສົ່ງ ເຫດໃດ ຄົນພະຍາຍາມຕ້ອງຢູ່ທ້າຍໆ
    ໃຕ້ເລກ 0 ຂ້ອຍຍັງຄຸ້ນຄິດຕະຫຼອດ ຫົນທາງ ທີ່ຜ່ານໄດ້ແຫງນໄປ
    ແລະກ່ອນຈະຮອດທີ່ປາຍທາງ ກ່ອນສະແຫວ່ງມີແສງອາຍ
    ທຸກຢ່າງມັນກະທັດຫັດ ກຸຈືງຊັກຕ້ອງຊ້ອມ
    ກຸຍັງຕ້ອງຄຸມສະຕິອາລົມ ບໍໃຫ້ມັນດັງກະຊ້ອນ
    ແລະມີເຖິງ 10 ປາກເວົ້າ ແຕ່ຍັງບໍເທົ່າ ກັບລອງ
    ຫາກຜິດແຄ່ພຽງຫ້າມເຂົ້າ ຄືຢ່າໄປຟ້າວຄະນອງ
    ຕອນໃຫຍ່ຈະຄິດເລື່ອງເລົ່າ ແຕ່ໄມ້ເຖົ້າຂັ້ນທອງ
    ເຖີງຕອນຈົບຈະອາວະສານ ແຕ່ກໍມີ ພະຄ້ຳຄໍ
    (TNDOLLAR)
    ໃຊ້ຊີວິດຕິດດິນແຕ່ເພງພວກກູຕ້ອງຂື້ນຍອດ
    ເກີດເປັນຄົນດຸໝັ່ນນັ້ນລະຊີວິດທີ່ຖືກຕ້ອງ
    ກູມັກຄົນເວົ້າໃສ່ບໍ່ຄ່ອຍດີໃຈຕອນຖືກຍ້ອງ
    ແຕ່ກູຍັງເຮັດຕໍ່ໄປຕໍ່ໃຫ້ບໍ່ມີໃຜມາສືບທອດ
    ກູບອກໂຕເອງໃຫ້ຟ້າວໃຊ້ຍ້ອນວ່າຊີວິດເປັນຂອງມຶງ
    ມືງຕ້ອງຮຽນຮູ້ເອງອ໋ອບມັນບໍ່ມີໃຜມາສອນມຶງ
    ແຕ່ກູຕ້ອງແຍກໃຫ້ອອກລະຫວ່າງສະໝອງກັບສອງມື
    ເຄີຍຄິດຫຼາຍຈົນນອນບໍ່ຫຼັບຕອນນັ້ນກູດາວໄປສອງຄືນ
    ສິ່ງທີ່ມີປະໂຫຍດມັນມັກແຝງຢູ່ໃນຄວາມຂົມ
    ມືງຄິດວ່າຊີເກິດຫຍັງຂື້ນຄັນGrowth mindset ມາລວມໂຕ
    ເວົ້າເຄື່ອງຄວາມຝັນກູໃຫ້ຫົວໃຈປະມວນຜົນ
    OGພວກກູບໍ່ແຮງແຕ່ແມວຍັງຖືກຄັວນຫຼົງ
    ມັກຢູ່ນໍາອ້າຍນ້ອງແລະກູກະວົນຄົນລະປິດ
    ໃນເມືອງມັນກະສະດວກດີແຕ່ກູບໍ່ມັກມົນລະພິດ
    ມືງບໍ່ແມ່ນຄົນຈິງໃຈກູເລີຍບໍ່ຢາກກະຊັບມິດ
    ກູຢູ່ກັນແບບອ້າຍນ້ອງບໍ່ໄດ້ຢູ່ກັນເປັນລັດທິ

Komentáře • 2