ຈັບໂຕປໍເຮີ

Sdílet
Vložit
  • čas přidán 22. 08. 2024
  • ພາຍຫຼັງທີ່ບັນຫາບໍ່ສາມາດໃຫ້ດອກເບ້ຍເງິນຮ່ວມທຶນແກ່ສະມາຊິກມາຫຼາຍເດືອນ ແລະມີຫຼາຍບັນຫາສ່ອງແສງໃຫ້ສະມາຊິກເຫັນວ່າ ການດຳເນີນງານຂອງບໍລິສັດພີເອັສເລິ່ມມີບັນຫາ ປະທານບໍລິສັດພະຍາຍາມແກ້ໂຕແລະອອກແຈ້ງການປິ້ນໄປປິ້ນມາຫຼາຍເທື່ອ ຫຼ້າສຸດວັນທີ 11 ກັນຍາ 2017 ສະມາຊິກພີເອັສຈຳນວນຫຼາຍໄດ້ຕັດສິນໃຈໄປປັກຫຼັກກົດດັນຢູ່ຕໍ່ໜ້າບໍລິສັດເພື່ອຂໍເຈລະຈາແລະຖອນທຶນຄືນແຕ່ບັນຫາຍັງຕົກລົງກັນບໍ່ໄດ້ ນາງ ສຸກນາລີ ເທບສີເມືອງ ປະທານບໍລິສັດອີກຜູ້ໜຶ່ງ ໄດ້ນັດກັບກຸ່ມຜູ້ຊຸມນຸມວ່າຈະໃຫ້ຄຳຕອບໃນເວລາປະມານ 9:00 ຂອງມື້ຖັດມາ, ກຸ່ມຜູ້ຊຸມນຸມຈຶ່ງປັກຫຼັກກົດດັນຕໍ່ ຮອດວັນທີ 12 ກັນຍາ 2017 ຮອດເວລານັດ 9:00 ກໍບໍ່ເຫັນ ນາງສຸກນາລີອອກມາໃຫ້ຄຳຕອບ ແລະລໍ້ຖ້າຕໍ່ໄປ ຈົນຮອດຕອນບ່າຍ 4 ໂມງ ຈຶ່ງເຫັນເຈົ້າໜ້າທີ່ຕຳຫຼວດຊຸດຮັກສາຄວາມປອດໄພໄດ້ນຳໂຕ ທ້າວ ປໍເຮີ ປະທານຜູ້ໜຶ່ງ ຂອງບໍລິສັດພີເອັສ ຂຶ້ນລົດອອກໄປຈາກບໍລິສັດ.
    ໃນຂະນະທີ່ໃນເວລາຕໍ່ມາ, ໄດ້ມີຜູ້ເຜີຍແພ່ຮູບທີ່ຄ້າຍຄື ທ້າວ ປໍເຮີ ແລະ ນາງ ສຸກນາລີ ເທບສີເມືອງ ໄປປາກົດໂຕຢູ່ສະຖານທີ່ແຫ່ງໜຶ່ງ ທີ່ຄ້າຍຄືປາກປະຕູບ່ອນຄຸມຂັງນັກໂທດ.
    ໜຶ່ງໃນກຸ່ມສະມາຊິກທີ່ເຂົ້າຮ່ວມຊຸມນຸມກົດດັນດັ່ງກ່າວ ໄດ້ໃຫ້ຂ່າວແກ່ນັກຂ່າວເຮົາວ່າ: ຖ້າບໍ່ພາກັນມາກົດດັນຈັ່ງຊີ້ ບັນຫາກໍຈະບໍ່ຈົບ ບໍ່ມີການແກ້ໄຂ ຈະໄດ້ຫຼືບໍ່ໄດ້ກໍບໍ່ຮູ້ ຍືດເຍື້ອຍາວນານມາເລື້ອຍໆ ທາງບໍລິສັດພະຍາຍາມອອກແຈ້ງການຫຼອກລວງເລື່ອນເວລາມາເລື້ອຍໆ ພວກເຮົາເລີຍຕ້ອງມາກົດກັນ. ເມື່ອນັກຂ່າວຖາມວ່າ: ນາງ ສຸກນາລີ ເທບສີເມືອງ ໄດ້ກ່າວເມື່ອວັນທີ 11 ກັນຍານີ້ວ່າ ສະມາຊິກຫາກພາກັນມາຮ່ວມທຶນເອງ ທາງບໍລິສັດບໍ່ໄດ້ໄປບັງຄັບມາ, ທ່ານມີຄຳຄິດເຫັນແນວໃດ? ສະມາຊິກຜູ້ເກົ່າຕອບວ່າ: ເຖິງແມ່ນວ່າເຮົາສະໝັກໃຈຮ່ວມທຶນ ແຕ່ເຮົາຮ່ວມທຶນບົນພື້ນຖານແຜນການຕະຫຼາດຂອງບໍລິສັດວາງອອກ ໂດຍບອກວ່າ ຮ່ວມທຶນແລ້ວຈະໄດ້ເງິນປັນຜົນເດືອນໜຶ່ງ 6% ແຕ່ບາດເຂົ້າມາຮ່ວມທຶນແທ້ໆ ແລ້ວ ການປັນຜົນ 6% ເຮັດບໍ່ໄດ້ພໍເທົ່າໃດ ແລ້ວກໍເລິ່ມມີບັນຫາ ແລະບໍ່ແບ່ງປັນຜົນໃຫ້ສະມາຊິກອີກເລີຍ ນັ້ນສະແດງໃຫ້ເຫັນວ່າທາງບໍລິສັດບໍ່ສາມາດເຮັດໄດ້ຕາມທີ່ກ່າວໄວ້ໃນສັນຍາ ຈຶ່ງຕ້ອງຮັບຜິດຊອບແລະສົ່ງເງິນທຶນຄືນແກ່ສະມາຊິກ.

Komentáře • 10

  • @KhamlarSihalard
    @KhamlarSihalard Před dnem

    ແຕກແຊວໆ😂😂

  • @dariphonesisommout3685
    @dariphonesisommout3685 Před měsícem

    ພວກເຈົ້າບໍ່ຄວນຮ້ອງໂຮຄືແນວນັ້ນ,ຖ້າດີທີ່ສຸດແມ່ນຮ້ອງໃສ່ລັດຖະບານພູ້ນເພາະບໍ່ມີວຽກເຮັດງານທໍາເຂົາຈື່ງເຮັດແບບນັ້ນ,ແລະຜູ້ມີອໍານາດເປັນຄົນໝູນຫັລງ.

  • @KiKi-pn7is
    @KiKi-pn7is Před měsícem

    👍👍👍👍👍

  • @thahxiong5670
    @thahxiong5670 Před 17 dny

    😂😂😂😂😂😂😂😂😂😂😂😂ໄກ

  • @noychelsea6304
    @noychelsea6304 Před 7 lety

    ດີໃຈນຳໄປຊະປໍເຮີ່ເອ່ຍ

  • @khumtaysridonpan7301
    @khumtaysridonpan7301 Před 5 lety +3

    จับหมาไปนอนโฮงแฮมหวาสู

  • @nnssatfr3194
    @nnssatfr3194 Před měsícem

    จับใคร แล้วผิดอะไร

    • @user-li7qw8gg4c
      @user-li7qw8gg4c Před měsícem +1

      บินลาดิน

    • @nnssatfr3194
      @nnssatfr3194 Před měsícem

      @@user-li7qw8gg4c นึกว่าสีพันดอน

  • @user-io6ic5rw1c
    @user-io6ic5rw1c Před měsícem

    😅😂😅ชมเชยๆลาวแกวแดงเจริญๆสู