ເພງ “ຢ່າກຽດກັນ” - Instrumental

Sdílet
Vložit
  • čas přidán 14. 10. 2024
  • ດົນຕຣີບັນເລງເພງ “ຢ່າກຽດກັນ”
    ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1969)
    ນັກຮ້ອງຕົ້ນສະບັບ : ນິດ ວິຈິຕຕະວົງ
    Keyboard : PSR S950
    Style : CoolJazzBallad
    Key : Cm (Tempo : 60)
    (ເວົ້າ) “ຍອດຮັກຂອງອ້າຍ ທາງຮັກຂອງເຮົາມີອຸປສັກເສັຽແລ້ວ
    ແຕ່ເຖິງນ້ອງຈະປ່ຽນໃຈຈາກອ້າຍກໍຕາມເຖີດ ອ້າຍທົນຕໍ່ຄວາມຊໍ້ານັ້ນໄດ້
    ຂໍສິ່ງດຽວ ນ້ອງຈົ່ງໃຫ້ຄວາມເປັນມິດແກ່ອ້າຍກໍພໍ...”
    1) ເຖິງແມ່ນຕັດຮັກ ກໍຢ່າກຽດກັນ
    ເຖິງຕັດສັມພັນ ຂໍຢ່າແໜງໜ່າຍ
    ໃຫ້ຄວາມເປັນມິດ ສຖິດແໜ້ນ
    ໃຫ້ຄວາມລຶ້ງແກ່ນ ຕໍ່ກັນໄວ້
    ເພາະຍັງໄດ້ຢູ່ ໂລກດຽວກັນ...
    2) ເຖິງແມ່ນໝົດຮັກ ກໍຢ່າປະນາມ
    ຂໍຢ່າໄດ້ທຳ ໃຫ້ໃຈຂ້າຫວັ່ນ
    ຢູ່ຢ່າງເປັນມິດ ກັນດີກວ່າ
    ຂືນມົວເຄືອງໂກດ ຕໍ່ກັນນັ້ນ
    ຄົງຕຣົມໂສກສັນ ຕລອດຕາຍ...
    • ບາງທີວັນນຶ່ງ ເຂົ້າໃຈກັນ
    ວັນນຶ່ງເກີດສົງສານ ວັນນັ້ນຄົງອາຍ
    ຄິດຈະຮັກຄືນ ຄົງເກງໃຈ
    ແໜງສູ້ເປັນມິດ ຕໍ່ກັນໄວ້
    ດີກວ່າ ຈະກຽດຊັງ...
    3) ສູນສິ້ນຄວາມຮັກ ກໍຢ່າໃຈດຳ
    ຂໍຢ່າສ້າງກັມ ໄວ້ເປັນຮອຍດ່າງ
    ປ່ອຍຄວາມເຈັບແຄ້ນ ໃຫ້ສິ້ນສຸດ
    ຫົວໃຈຈົ່ງຢຸດ ຢ່າເມີນໝາງ
    ແມ່ນຊີບຫາກຍັງ ຢ່າກຽດກັນ...

Komentáře • 8

  • @sisakhonevilayphone8087
    @sisakhonevilayphone8087 Před rokem +2

    ຄວວາມຫມາຍໄຫ້ແກ່ທຸກໆຄົນ ! ບໍ່ພຽງແກ່ຄູ່ຮັກຄູ່ຊີວີດເທົ້ານັ້ນຂ້ອຍຄິດໄປໃນຮູບແບບນີ້ ❤🙏

  • @sisakhonevilayphone8087

    ❤🙏😇

  • @ktpn8xaiyasith225
    @ktpn8xaiyasith225 Před 4 lety +2

    ອາຈານມີແຕ່ເພງມ່ວນໆ ຂອບໃຈອາຈານທີ່ເອົາເພງລາວອຳມະຕະມາຫລີ້ນໃຫ້ຟັງ

  • @bounthavyxaiyavongkhamdy7237

    ປະທັບໃຈ

  • @thanouthongphouthavong2043

    Thank you for the beautiful music..Love it !

  • @manuemms6657
    @manuemms6657 Před 6 lety +2

    Thank you for your beautiful music, you play with such great feeling , you transport one to another world. 💐

  • @bouaphanhchoumphonh2387

    ມີຄວາມສຸກກັບສຽງເພັງຂອງ ອາຈານ ພົງ ດາວົງ ມານານແລ້ວ , ເພັງທີ່ລືມເນື້ອຮອ້ງ ກໍ່ຮອ້ງໄດ້
    ຂອບໄຈຢາ່ງສຸດຊື້ງ
    ຢາກຂໍເພັງ " ຖີ່ນທອງ " ຈະໄດ້ບໍ່ນໍ່ ? ຂອບໄຈລວ່ງຫນາ້

    • @PhongDAVONG
      @PhongDAVONG  Před 4 lety

      ດົນຕຣີບັນເລງເພງ “ຖິ່ນທອງ”
      czcams.com/video/ANY8l1Ga_V8/video.html