ຄິດຮອດທີ່ສຸດເລີຍ ( คิดฮอดที่สุดเลย ) - BIGPOM Ft. K9P 【 OFFICIAL MV】

Sdílet
Vložit
  • čas přidán 5. 09. 2024
  • Artist: BIGPOM , K9P
    Lyrics by : BIGPOM , K9P
    Mix & Mastered: Airnoy Banna
    Beat Prod: BIGPOM , TA J , Heo vvk
    MV Production: Faz $F
    Location: ສວນອາຫານ ພອຍໄພລິນ
    Supporter : Laos Supply
    Lyrics:
    ສະບາຍດີຢູ່ບໍ່ ເຮັດຫຍັງຢູ່ນໍ
    ດົນແລ້ວບໍ່ໄດ້ພໍ້ ຄິດຮອດກັນຢູ່ບໍ່
    ຫວັງວ່າຈະບໍ່ລືມກັນ ຈາກລາກັນວັນນັ້ນ
    ເຖິງກາຍຈະໄກກັນ ແຕ່ໃຈເຮົາຜູກພັນ
    ຍັງຈຳທຸກເລື່ອງລາວ ຂອງສອງເຮົາ
    ຂ້ອຍຍັງຄົງຄິດ ຄິດ ຄິດ ຄິດເຖິງເລື່ອງລາວເກົ່າໆ
    ຄິດ ຄິດ ຄິດເຖິງເລື່ອງລາວຂອງເຮົາ
    ຄິດເຖິງຕອນມີເຈົ້າ ຄິດເຖິງຕອນມີເຮົາຢູ່ດ້ວຍກັນ
    ຄິດຕະຫຼອດເລີຍ ຄິດຂ້ອຍຄິດຕະຫຼອດເລີຍຮູ້ບໍ່
    ຢາກເຂົ້າໄປກອດເລີຍ ເຂົ້າໄປກອດໄປກອດເລີຍຮູ້ບໍ່
    ຢາກບອກຄວາມໃນໃຈ ວ່າຮັກເຈົ້າເທົ່າໃດ
    ແລະຂ້ອຍຈະບອກມັນວັນນີ້
    Hook:
    ດົນແລ້ວທີ່ເຮົາບໍ່ໄດ້ພົບພໍ່ກັນ ປີໃໝ່ລາວໜຶ່ງປີມີຄັ້ງເທົ່ານັ້ນ
    ຮອຍຍິ້ມເຈົ້າດັ່ງດວງດອກໄມ້ເບັ່ງບານ ງາມວິໄລດັ່ງກ່າວຂານ
    ດົນແລ້ວທີ່ຂ້ອຍບໍ່ມີເຈົ້າ ຢູ່ຂ້າງກາຍ
    ວັນເວລາພາກເຮົາສອງຄົນ ຕ້ອງຫ່າງໄກ
    ວັນນີ້ໄດ້ພົບກັນ ຢູ່ໃນວັນສົງການ
    ຢາກບອກເຈົ້າດັງໆ ວ່າຄິດຮອດທີ່ສຸດເລີຍ
    K9P:
    ສະບາຍດີ ສະບາຍດີປີໃໝ່
    ເຮົາມາເຕັ້ນເຮົາມາຟ້ອນອວຍພອນໄຊ
    ສຸກກາຍສະບາຍໃຈ ຫົດນຳ້ໃຫ້ເຢັນໃຈຜ່ອນຄາຍ
    ສະບາຍສະບາຍ just smile ກັບມິດສະຫາຍ
    ຕັ້ງແຕ່ຕອນຮຽນມໍປາຍກະຈາກກັນໄປຕັ້ງດົນ
    ແຕ່ລະຄົນກໍ່ມີເຫດຜົນທີ່ຕ້ອງຫ່າງ
    ເພື່ອຄວາມຝັນເພື່ອອະນາຄົດ
    ແລ້ວມື້ໜຶ່ງເຮົາຈະມີພໍ່ໜ້າກັນ
    ມື້ນີ້ມື້ສັນວັນດີວັນດີປີໃໝ່
    ກັບມາພໍ້ກັນອີກຄັ້ງກັບມາພົບກັນໃໝ່
    ກະດົນແລ້ວທີ່ຈາກກັນໄປ ແຕ່ຫົວໃຈຍັງອາໄລຫາ
    ບໍ່ເຄີຍລືມຄຳສັນຍາ ທີ່ເຮົາເຄີຍໄດ້ໃຫ້ກັນ
    ອີກບໍ່ດົນຈະກັບມາ ປີໃໝ່ມາເຮົາພົບກັນ
    ເລົ່າເລື່ອງລາວສູ່ກັນຟັງ miss you ເດີບອກດັງໆ
    ຄິດຮອດເຈົ້າ ແຮງເດີຫຼ້າ
    ຊຳ້ hook
    #ປິໃໝ່ລາວ 2023 #ເພງປີໃໝ່ #สงกรานต์ #bigpom #loukkheisaimong #sabaideepiimai

Komentáře • 1K