Swagwazz - ຖ້ານຳ້ຕາມັນຈະໄຫຼອອກງ່າຍປານນັ້ນ (Fail To Remember) ft. XXXVVIIV [Official 4K Music Video]

Sdílet
Vložit
  • čas přidán 31. 03. 2022
  • Record: Swagwazz
    Lyrics: Swagwazz
    Chorus: XXXVVIIV
    Mix and Master: XXXVVIIV
    Production by: The Feel Studio
    “ຖ້ານຳ້ຕາມັນຈະໄຫຼງ່າຍປານນັ້ນ”
    Verse 1
    ບໍ່ໄດ້ຢາກໃຫ້ຢົດລົງຈັກໜ້ອຍຢາກໃຫ້ຮັກທີ່ໃຫ້ເຈົ້ານັ້ນໝົດລົງ
    ຜິດທີ່ຂ້ອຍເອງ ຊັດເຈນໃນຍາມທີ່ໃຈເຈົ້າມັນຍັງວົກວົນ
    ໃຈຂ້ອຍເອນໄປໃຫ້ເຈົ້າ ເລື່ອງນີ້ມັນເລີຍເສົ້າ ຜິດຫວັງກັບຮັກເຮົາ ຜິດຜິດຜິດທີ່ເລືອກໄປຮັກລາວເອງ
    ຄິດຮອດເຈົ້າຕອນລົມໜາວພັດເຂົ້າ ຄິດຮອດເວລາເຫງົາເຈົ້າມາເຝົ້າ
    ຄິດຮອດ​ລົດຊາດ​ຂອງອາຫານ ທີ່ເຈົ້າຕອກໄຂ່ມາພັດເຂົ້າ
    ຄິດຮອດເວລາເຈັບ ຢູ່ບ່ອນໃດບໍ່ວ່າຢູ່ໃສເຈົ້າຈະມາເປົ່າ
    ເເລະ​ຕອນນີ້ຂ້ອຍ​ເຈັບ​ເຈັບຫົວໃຈ​ ມື້ໃດເຈົ້າຈະມາເປົ່າ
    ເປົ່າພ້ຽງ ເປົ່າພ້ຽງ​ ໂອ​ເເພງ ເຈັບບ່ອນມາເປົ່າພ້ຽງ
    ມັນເນົ່າກ້ຽງ ເນົ່າກ້ຽງ ຄວາມຊົງຈຳເຮົາເນົ່າກ້ຽງ
    ເຄີຍສະດຸດຮັກ ເເຕ່ບໍ່ເຈັບຊຳ່ນິ ມັນເຈັບຕອນເກັບຮູບເກົ່າມ້ຽນ
    ມັນເຈັບຍ້ອນວ່າຕອນນີ້ເຮົາຈາງ ທັ່ງທີ່ເເຕ່ກ່ອນເຮົາຫວານເຮົາລ້ຽນ
    ຈື່ຕຸກກະເກົ່າທີ່ເຮົາລ້ຽງບໍ່ ບໍ່ກ້າຖິ້ມມັນຈຶ່ງເອົາມ້ຽນ
    ຈື່ຫົວໃຈຂ້ອຍທີ່ເອົາໃຫ້ເຈົ້າບໍ່ ອໍມັນເເຕກສ່ຽງໆເເລ້ວ
    ເຄີຍໃຫ້ໝໍດູສ່ຽງໄພ້ ລາວບໍ່ໄດ້ບອກວ່າໃຈເຈົ້າຈະໂຫດຮ້ຽມ
    ໂລກຂອງເຮົາທີ່ເຄີຍສະໜຸກສະໜານ ຕອນນີ້ທຸກຢ່າງມັນງຽບ
    ມີອີກຫຼາຍລ້ານຄົນທີ່ຢູ່ນີ້ ເເຕ່ເຂົາບໍ່ອາດທຽບ
    ຫຼື​ ເປັນເພາະຮັກເເລ້ວຮັກເລີຍຂ້ອຍເຄີຍຮັກເຈົ້າໄປເເລ້ວເລີຍຮຽບຮ້ອຍ
    ບໍ່ຮູ້ເປັນຫຍັງຄືຮັກເຈົ້າຫຼາຍຂຶ້ນ ເວລາທີ່ເຫັນເຈົ້າຄຽດ
    ຖ້ານຳ້ຕາມັນຈະໄຫຼອອກງ່າຍປານນີ້​ໄຫຼປານນັກສະເເດງເປັນວຽກ
    Hook
    ເປັນຫຍັງນຳ້ຕາຕ້ອງໄຫຼອອກມາ​
    ເວລາທີ່ຂ້ອຍຄິດຮອດເຈົ້າຂຶ້ນມາຍາມໃດ
    ຫົວໃຈກໍອ່ອນລ້າທໍລະມານ ບໍ່ອາດຈະຫ້າມກັ້ນນຳ້ຕາເອົາໄວ້
    ເຈົ້າໄດ້ໄປເເລ້ວໄປໄກ ເຈົ້າເລີ່ມຕົ້ນໃໝ່ໄດ້ກັບຄົນໆນັ້ນ
    ສ່ວນຂ້ອຍກໍຍັງຕ້ອງຮ້ອງໄຫ້ອອກໄປ ຂ້ອຍຈະເລີ່ມຕົ້ນໃໝ່ເເບບທີ່ໄຮ້ນຳ້ຕາ
    Verse​ 2
    ຂ້ອຍຈະເລີ່ມຕົ້ນໃໝ່ ເເຕ່​ດຽວ​ ໃຫ້ຂ້ອຍເຊັດນຳ້ຕາກ່ອນ
    ມັນບໍ່ໄດ້ຄືຕອນທີ່ຂ້ອຍເປັນໄຂ້ ທີ່ເຈົ້າຈະຫ່ວງໃຍຈະກ່ອມນອນ
    ບອກໃຫ້ກິນຢາເເກ້ວັດເເກ້ໄອ ລະບອກໃຫ້ຂ້ອຍໄປພັກຜ່ອນ
    ນຳ້ຕາຂ້ອຍໄຫຼຕອນທີ່ເຈົ້າຜັບຜ້າຜັບບ່ອນ ບອກຂ້ອຍວ່າໄປກ່ອນເດີ້
    ເຮົາເເຍກທາງເເຍກບ່ອນ ເເຕ່​ເຈົ້າ​ບໍ່ເຄີຍ​ຖາມວ່າ​ ຂ້ອຍພ້ອມບໍ່
    ຂ້ອຍຍອມຮັບວ່າຮັກເຮົາສັ່ນຄອນ ເເຕ່ຂ້ອຍບໍ່ສາມາດເຫັນໜ້າເຈົ້າໄກ້ອີກເເລ້ວກ່ອນນອນ
    ຂ້ອຍຈື່ເລື່ອງເຮົາໄດ້ດີ ປານຕອນປໍ 4 ນັ່ງເລົ່າບົດທ່ອງ
    ເເຕ່ປ່ຽນເລື່ອງນີ້ເປັນບົດຮັກ ຕອນນີ້ອົກຫັກຫົວໃຈມັນອ່ອນ
    ຂ້ອຍຕົກຂຸມຮັກນີ້ໂດຍຕົວເອງ​ ເຈົ້າບໍ່ໄດ້ມາອ່ອຍ
    ຕອນນີ້ເລີຍຕິດຢູ່ໃນຫວັ່ງເວງ ບໍ່ມີເຈົ້າມາປ່ອຍອອກ
    ມັກຕອນເຈົ້າຄ່ອຍໆກອດ ເເຂນສອງຂ້າງຄ່ອຍໆສອດ
    ຄິດວ່າຖ້າລົບຮູບເຈົ້າອອກໄປຈະລືມ ເເຕ່​ມັນບໍ່ຊ່ອຍດອກ
    ເປີດເພງທີ່ເຈົ້າມັກ ເປີດເພງທີ່ເຈົ້າຢອດ
    ໃຜສິຮູ້ວ່າຮັກ ຮັກຄັ້ງນີ້ ທີ່ເຮັດມາມັນຄືຢອກ
    ຂ້ອຍບໍ່ຮູ້ຈະໂທດຕົວເອງ ຫຼື ຄວາມຮັກທີ່ເຮັດຂ້ອຍຕາບອດ
    ນຳ້ຕາໄຫຼອອກກະຍ້ອນວ່າຮັກ ຈາກຮັກຫວານທີ່ເຈົ້າເຄີຍບອກ
    ຈິດໃຈຂ້ອຍບອບຊຳ້ຄືກະສອບຊາຍ ໝາຍໃຫ້ເຂົາມາປອບ
    ຄິດວ່າເຈົ້າເປັນລົມຫາຍໃຈທີ່ຂາດບໍ່ໄດ້ ທີ່ເເທ້ເເມ່ນປອດ
    ນຳ້ຕາຂ້ອຍໄຫຼອອກມາງ່າຍໆໄຫຼຜ່ານຮ່າງກາຍລົງໄປຮອດຈອກ
    ບອກກັບໝູ່ວ່າກິນໃຫ້ຕາຍ ລິນມາຫຼາຍໆ ສຳ່ນີ້ບໍ່ພໍດອກ
    Hook
    ເປັນຫຍັງນຳ້ຕາຕ້ອງໄຫຼອອກມາ​
    ເວລາທີ່ຂ້ອຍຄິດຮອດເຈົ້າຂຶ້ນມາຍາມໃດ
    ຫົວໃຈກໍອ່ອນລ້າທໍລະມານ ບໍ່ອາດຈະຫ້າມກັ້ນນຳ້ຕາເອົາໄວ້
    ເຈົ້າໄດ້ໄປເເລ້ວໄປໄກ ເຈົ້າເລີ່ມຕົ້ນໃໝ່ໄດ້ກັບຄົນໆນັ້ນ
    ສ່ວນຂ້ອຍກໍຍັງຕ້ອງຮ້ອງໄຫ້ອອກໄປ ຂ້ອຍຈະເລີ່ມຕົ້ນໃໝ່ເເບບທີ່ໄຮ້ນໍ້າຕາ

Komentáře • 134

  • @user-hy1zq7mt4u
    @user-hy1zq7mt4u Před 2 lety +5

    ໂອພະສົງ!!! ຂຽນໂຄດຄົມມມ 👑👑👑

  • @kmchannle5214
    @kmchannle5214 Před 2 lety +1

    ການທີ່ເຮົາຈະລືມໃຜມັນບໍ່ແມ່ນເລື່ອງງ່າຍເລີຍສຳລັບຄົນທີ່ຍັງຮັກ......ແຕ່ຄົນຫມົດຮັກພຽງແຕ່ບອກເລີກໄປເຂົາກໍບໍ່ຮູ້ຮອດຊື່ເຮົາຊຳໃນໂລກນີ້.......:) ມ່ວນເດີ

  • @hoangnhn3761
    @hoangnhn3761 Před 2 lety +3

    Da best lyrics ❤🔥

  • @ketsana4124
    @ketsana4124 Před 2 lety +1

    ສຸດ🔥

  • @ar2924
    @ar2924 Před 2 lety +1

    ໂຄດມ່ວນ❤️🔥

  • @phonethipphonethip7977
    @phonethipphonethip7977 Před 2 lety +2

    Ma lwww🥺♥️

  • @soulivanh9414
    @soulivanh9414 Před 2 lety +1

    Muan st²💯💝

  • @sonxai90zz12
    @sonxai90zz12 Před 2 lety +3

    ມັກແຮງເພລງນີ້💟

  • @namneung7544
    @namneung7544 Před 2 lety

    Zom zery 💕

  • @user-uu5yn6mz1z
    @user-uu5yn6mz1z Před 2 lety

    ม่วนเด♥️♥️

  • @HuaWei-it5lz
    @HuaWei-it5lz Před 2 lety

    โย่วๆ

  • @leotaejimmy3254
    @leotaejimmy3254 Před 2 lety

    MV ດີຫລາຍ👍👍👍

  • @phutsalin_07
    @phutsalin_07 Před 2 lety +2

    I like It !!!!❣️😴

  • @xindeebuaddalath7151
    @xindeebuaddalath7151 Před 2 lety +2

    ມັກສຽງ🥰

  • @phanalone3230
    @phanalone3230 Před 2 lety

    ม่วนหลาย

  • @boyerraperff2686
    @boyerraperff2686 Před 2 lety +1

    FC U 😍👽
    you is my idol

  • @justoffficial
    @justoffficial Před 2 lety

    nice one 🌊

  • @user-md9rq2le2r
    @user-md9rq2le2r Před 2 lety

    ມວນໆ👍

  • @AKERYTK
    @AKERYTK Před 2 lety

    ມວນເດະ

  • @user-el2li2jy6o
    @user-el2li2jy6o Před rokem

    ມວນແທ້🥰🥰🥰

  • @karynvon195
    @karynvon195 Před 2 lety +1

    Lit 🔥 Bro สู้ต่อไป ขอทำต่อเด้อ

  • @bounmexai
    @bounmexai Před 2 lety +6

    __ຂ້ອຍຈະເລີ່ມຕົ້ນໄໜ່ ແຕ່ດຽວ ໃຫ້ຂ້ອຍເຊັດນ້ຳຕາກ່ອນ__

  • @xailaochoung8705
    @xailaochoung8705 Před 2 lety +2

    ມ່ວນທຸກເພລງ ຟັງທຸກເພລງ ຢາກໃຫ້ລົງຕະຫລອດ

  • @medommydome4219
    @medommydome4219 Před 2 lety +1

    🌬️📵🍽️🎈~เรื่องเบาๆ~เอาใจช่วย

  • @tachannel5592
    @tachannel5592 Před 2 lety

    มาแล้วfc

  • @egcjc2256
    @egcjc2256 Před rokem

    ໂຄດມວ່ນfcຈາກສະຫວັນນະເຂດ

  • @user-kk7ff5sj8z
    @user-kk7ff5sj8z Před 2 lety

    Young omຫາຍໄປໃສແລບເທ້ໆໄວໆ

  • @user-dg7ud8bo9h
    @user-dg7ud8bo9h Před 2 lety

    ฟังมือละสีบเทื่อเลยเพลงนี้ม่วนหลายอ้าย
    สู้ๆเดี

  • @bounsinatp4787
    @bounsinatp4787 Před 2 lety

    มว่น

  • @phienrpg7171
    @phienrpg7171 Před 2 lety

    ມັກເພງເຈົ້າຫາຼຍ

  • @souliyunphongsa9247
    @souliyunphongsa9247 Před 2 lety

    ມັກສຸດເພລງນີ້

  • @user-fs2kp6xj5u
    @user-fs2kp6xj5u Před 2 lety

    ສັ້ນໆເລີຍເດີ້ bro "ຄຸນະພາບບບບບບບບບ"

  • @user-in7vy9ir7k
    @user-in7vy9ir7k Před 8 měsíci

    Very good song. Respect bro!

  • @alluv8050
    @alluv8050 Před 2 lety

    Hun na khod khoun na pharppppp

  • @kovmx6341
    @kovmx6341 Před 2 lety

    Hux dr jark tongflow🥰

  • @MrALENK9
    @MrALENK9 Před 2 lety

    ມ່ວນຫຼາຍ

  • @LOXER96
    @LOXER96 Před 2 lety +1

    ຂ້ອຍຈະເລີ່ມຕົ້ນໃໝ່ ເເຕ່​ດຽວ​ ໃຫ້ຂ້ອຍເຊັດນຳ້ຕາກ່ອນ

  • @newnewww2133
    @newnewww2133 Před 2 lety

    D pai mod❤️

  • @vakhimgtr3326
    @vakhimgtr3326 Před 2 lety

    I really like your voice

  • @ZiXNA
    @ZiXNA Před 2 lety

    Khod flow

  • @aphixayaphixay707
    @aphixayaphixay707 Před 2 lety

    🔥🔥🔥🔥

  • @namfon-6250
    @namfon-6250 Před 2 lety

    ເປັນເພງລາວທີ່ຂ້ອຍມັກສຸດ

  • @vp.seven.j.y117
    @vp.seven.j.y117 Před 2 lety +1

    respect❤s.w❤

  • @tongflow1117
    @tongflow1117 Před 2 lety

    ເປັນຫຍັງຂ້ອຍຈັ່ງບໍ່ລືມ…ເຈົ້າ!!!!

  • @iridetravel8649
    @iridetravel8649 Před 2 lety

    ສຸດຍອດ

  • @mymin5064
    @mymin5064 Před 2 lety

    D pai mod ❤

  • @nimnim1823
    @nimnim1823 Před 2 lety

    Miss u so…

  • @ntxawmvwjchannel3999
    @ntxawmvwjchannel3999 Před 2 lety +1

    ຮ້ອງໄດ້ດີ ແລະ ມ່ວນຫລາຍເດີລູກຮັກຂອງເຊີ♥️♥️🤩

  • @DEMONdextrap
    @DEMONdextrap Před 2 lety

    love phg ni

  • @bobbyy7502
    @bobbyy7502 Před 2 lety +1

    ເນື້ອເພງຖືກໃຈແຮງງ🖤😢

  • @papaseno871
    @papaseno871 Před 2 lety

    พังทุกมื้อเลียเด้ออ้าย❤️😭

  • @pR82543
    @pR82543 Před rokem

    respect

  • @amonerat016
    @amonerat016 Před 2 lety +3

    ເຮົາກະແຄ່ຄົນທີ່ເຄີຍຮັກກັນ✨

  • @khounthipsavanhsslt6087
    @khounthipsavanhsslt6087 Před 2 lety +6

    lyrics khod de
    Mv ka khod de
    Respect bro! khod muk lei♥️🔥

  • @alonnika5
    @alonnika5 Před 2 lety +16

    ໃນທີສຸດນັກຮ້ອງຄຸນນະພາບກັບ MVຄຸນພາບ

  • @Revenge_Daboy
    @Revenge_Daboy Před 2 lety

    Muan lhaiy bro la du hurt ma lw😢

  • @oven1118
    @oven1118 Před 2 lety

    ໃນທີ່ສຸດກະໄດ້ຟັງ🤍
    ມາຊ້າແຕ່ກະມາ😋🤍

  • @Adamkhamaksone
    @Adamkhamaksone Před 2 lety +1

    ອົກຮັກຫົວໃຈມັນອ່ອນ 🥺

  • @kounsanasaiyasengsouk2244

    ໂອຕາຍຍເລີຍຂ້ອຍຖືກເພງນີ້ໄປ😔
    ແຕ່ເພງກະດີmvກະດີ ມີຄຸນນະພາບ❤️

    • @kounsanasaiyasengsouk2244
      @kounsanasaiyasengsouk2244 Před 2 lety +2

      ປັ່ນວິວທຸກມື້ ທຸກເວລາ🫀

    • @tomtomlil6964
      @tomtomlil6964 Před 2 lety +2

      ຊົງແບບນີ້ເຈັບມາແນ່ນອນ💔

  • @user-kk7ff5sj8z
    @user-kk7ff5sj8z Před 2 lety +1

    ໂຄດມວນຂ້ອຍຄິດຜູ້ຊາຍຄົນນີ້ຄວນດັງກົວນີ້ມື້ໃດມື້ໃດມື້ນຶ່ງຕ້ອງເປັນມື້ເຈ້າເດີ້ສະແວກສູໆຕໍ່ໄປມື້ກອນຍັງໂອມກະແບບນີ້ສຸດທ້າຍຈົນປະຜົນສຳເລັດຍ້ອນຄວາມອົດທົນ

  • @wellyatomy9472
    @wellyatomy9472 Před rokem

    Hello from Indonesia

  • @30million15
    @30million15 Před 2 lety

    💓💓

  • @L_XSSD
    @L_XSSD Před 2 lety +1

    💖🥀

  • @user-uw5kg7rc8w
    @user-uw5kg7rc8w Před 2 lety

    Rap ເປີ້ທີ່ມັກທີສຸດໃນລາວ

  • @zuebuksunchanthongdao1682

    ຂໍsadກວ່ານີ້ແນ່ ໂຄດ​ RESPECT​

  • @clt2448
    @clt2448 Před 2 lety

    ❤️✌️

  • @sinxaysinxay7857
    @sinxaysinxay7857 Před 2 lety +1

    ໃຜກະຮູ້ ວ່າ Swagwazz ໂຄດເຈັ໋ງ... ຄົມທຸກຄຳ ຈຳສຽບໃນໃຈທຸກດອກ...

  • @SinThobi19
    @SinThobi19 Před 2 lety

    ຜິດ💔

  • @babeisodaboi
    @babeisodaboi Před 2 lety

    🖤💗

  • @natingna2676
    @natingna2676 Před 2 lety

    🥺ເພງດີ~ ເສົ້າກິນໃຈ

  • @tomthammavong3039
    @tomthammavong3039 Před 2 lety

    Phg ni si ao long SoundCloud br?🙏🏻

  • @sysouphantravel9909
    @sysouphantravel9909 Před 2 lety

    👍👍👍

  • @rvafour904
    @rvafour904 Před 2 lety

    ຕ້ອງລົງໃນSpotify ເເລ້ວລະ

  • @XXXVVIIV
    @XXXVVIIV Před rokem

    🖤

  • @khampasongphengsopha8142

    Pen y numta khue ork ngaiy parn nun😢😭

  • @sbx2138
    @sbx2138 Před 2 lety

    Mv d mark bro😓✌💕

  • @SxmoTheGoat
    @SxmoTheGoat Před 2 lety

    2:05-2:21 🔥🔥🔥

  • @souphatsathepkaisone6994

    💖

  • @k.butler_james2390
    @k.butler_james2390 Před 2 lety +2

    ເພງນີ້້ເຂົ້າກັບຊີວິດຂ້ອຍດຽວນີ້້ເລີຍ

  • @maichansamai._.7849
    @maichansamai._.7849 Před 2 lety

    ເມື່ອຂ້ອຍກຳລັງຈະ move on
    ເເລ້ວມາຟັງເພງນີ້....

  • @khounesavath27
    @khounesavath27 Před 2 lety

    ເບຍລາຍຍັງຖ້າຢູ່ບ່ອນນີ້

  • @joeyphetsouphon5783
    @joeyphetsouphon5783 Před 2 lety

    ເອົາເພງນີ້ໄວ້ ft ກັບ sts73 ຄືສິມ່ວນຄັກກວ່າເກົ່າ

  • @thongremixnonstop4074

    ເຈົ້າບໍ່ຢູ່ຄືມີບາງຢ່າງຂາດຫາຍໄປ
    ອີນນ🖤

  • @DeeJayzSNOW
    @DeeJayzSNOW Před 2 lety

    ❤❤😢

  • @Swagwenz
    @Swagwenz Před 2 lety

    🖤👤

  • @rvafour904
    @rvafour904 Před 2 lety

    ໃນທີ່ສຸດກະມາເພງໃຫ່ມທີ່ລໍຄອຍ

  • @user-ie2jt2gd6s
    @user-ie2jt2gd6s Před 2 lety

    ເອົາເພລງນີ້ອອກໄປຈາກຫົວບໍ່ໄດ້ອີລີ

  • @xaiyapont2518
    @xaiyapont2518 Před 2 lety +1

    ບໍ່ໄດ້ເວີ້ເລີຍເພງນີ້ໂຄດດີ🔥

  • @woc5927
    @woc5927 Před 2 lety

    ຟັງເພງເຈົ້າມັນລະມຸນຄ້າຍຄືກັບຟັງ illslick ຟັງຊ້ຳໆກະບໍ່ເບື່ອ

  • @ninachoummany9501
    @ninachoummany9501 Před rokem

    Pen yh fung leo ng set nam ta toeng😢

  • @godzilla146
    @godzilla146 Před 2 lety

    ລ່າສຸດຕິດເພງນີ້ໄປແລ້ວ💚✨

    • @user-dg7ud8bo9h
      @user-dg7ud8bo9h Před 2 lety +1

      คือกันฟังมือละ104กว่าเทื่อ

  • @paksemobile2863
    @paksemobile2863 Před 2 lety

    ເພງຄຸນນະພາບ

  • @17.manidaphadouangdeth69

    ຂໍໃຫ້ເພງນີ້ມີຢູ່ທາງຂ້າງຂ້ອຍໄດ້🤧

  • @freedom5059
    @freedom5059 Před 11 měsíci +1

    ຂ້ອຍຕົກຫຼຸມຮັກນີ້ດ້ວຍຕັວເອງ ເຈົ້າບໍ່ໄດ້ມາອ່ອຍ ❤

  • @pouyvorlasan4743
    @pouyvorlasan4743 Před rokem

    ຖ້າຂ້ອຍກ່ອນລະເຮົາຊີໄດ້ໄປຢູ່ນຳກັນ

  • @PARK-PP
    @PARK-PP Před 2 lety

    Go out fake love💔

  • @lamphernvanalat1999
    @lamphernvanalat1999 Před 2 lety +1

    ຫຍັງຄິດຮອດເລື່ອງເກົ່າໆ🥺

  • @Anunattaepyavongsa
    @Anunattaepyavongsa Před 2 lety

    ມວນຫຼາຍ

    • @pkxdx2952
      @pkxdx2952 Před 2 lety

      ມ່ວນແຮງ ມ່ວນທີ່ສຸດ

  • @vxxvns2384
    @vxxvns2384 Před 2 lety

    ແຕ່ຂ້ອຍກະລືມໄປວ່າສາວຫຼວງພະບາງເຂົາໃຈດຳ😥

  • @poukie7101
    @poukie7101 Před 2 lety

    ຫນ້າເພິ່ນຄ້າຍໆຄືຄົນທີ່ເຮົາແອບມັກເວີຍ555